ການຮຽນໂດຍນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເປັນພື້ນຖານ
Laos eClassNet 

 

 

 

 

 

 

 

ຖ້າທ່ານຜູ້ເຂົ້າຝຶກອົບຮົມບໍ່ສາມາາດເປີດ VDO ການບັນຍາຍໄດ້ ກະລຸນາ Click ທີ່ນີ້

ຫຼັກການ ແລະ ເປົ້າໝາຍ

ລະບົບການຮຽນການສອນໂດຍນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເປັນພື້ນຖານການຮຽນ ສຳລັບນັກສຶກສາຂັ້ນສູງ 
ມີແນວຄິດການຈັດການຮຽນການສອນ ທີ່ເນັ້ນພັດທະນາຜູ້ຮຽນ ໃຫ້ເປັນມະນຸດທີ່ສົມບູນທຸກດ້ານ, ສາມາດຢູ່ຮ່ວມໃນສັງຄົມຂໍ້ມູນຂ່າວສານໄດ້ຢ່າງມີຄວາມສຸກ ໃນນີ້ໄດ້ໃຫ້ຄວາມສຳຄັນກັບຜູ້ຮຽນໃນການຈັດການຮຽນການສອນ
ແລະ ມີຄວາມເຊື່ອວ່າຜູ້ຮຽນທຸກຄົນມີສັກກະຍະພາບ ແລະ ມີຄວາມສາມາດໃນການພັດທະນາຕົນເອງຢ່າງໄຮ້ຂີດຈຳກັດ. 
ເປັນບຸກຄົນທີ່ສ້າງຄວາມຮູ້ໄດ້ດ້ວຍຕົນເອງ ຈາກການລົງມືປະຕິບັດ  ແລະຈາກການຮ່ວມແຮງຮ່ວມໃຈໃນການຮຽນ 
ລວມທັງຜູ້ຮຽນສາມາດຄິດວິເຄາະ ແລະ ຄິດສ້າງສັນໄດ້, ເປັນຜູ້ລິເລີ່ມການຮຽນດ້ວຍຕົນເອງ. ລະບົບການຮຽນການສອນໂດຍນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເປັນພື້ນຖານການຮຽນສຳລັບນັກສຶກສາຂັ້ນສູງ
ຈຶ່ງກຳນົດຫຼັກການ ແລະ ເປົ້າໝາຍ ດັ່ງນີ້:


ຫຼັກການ

  1. ນຳເທັກໂນໂລຢີຂໍ້ມູນຂ່າວສານມາປະຍຸກໃຊ້ເພື່ອເປັນເຄື່ອງມືໃນການຄົ້ນຫາຄວາມຮູ້ ແລະ ພັດທະນາເປັນແຫຼ່ງຄວາມຮູ້ສຳຫຼັບນັກສຶກສາ

  2. ຈັດກິດຈະກຳການຮຽນການສອນທີ່ຫຼາກຫຼາຍ ແລະ ເນັ້ນກິດຈະກຳກຸ່ມ

  3. ຜູ້ສອນຈະເປັນຜູ້ຊີ້ແນະແນວທາງ ແລະ ຄອຍຊ່ວຍເຫຼືອຜູ້ຮຽນໃນການຮຽນ

  4. ຜູ້ຮຽນດຳເນີນກິດຈະກຳກຸ່ມພາຍໃຕ້ສະຖານະການທີ່ຜູ້ສອນກຳນົດ ແຕ່ມີຄວາມເປັນອິດສະລະໃນການບໍລິຫານກຸ່ມຂອງຜູ້ຮຽນເອງ

  5. ການດຳເນິນກິດຈະກຳການຮຽນຂອງຜູ້ຮຽນເກີດຂື້ນໄດ້ທັງໃນຫ້ອງຮຽນ ແລະ ນອກຫ້ອງຮຽນ

  6. ການວັດ ແລະ ປະເມີນຜົນຈະເນັ້ນຕາມສະພາບຈິງຂອງການຮຽນການສອນ

ເປົ້າໝາຍ

  1. ເພື່ອພັດທະນາຄວາມສາມາດຂັ້ນສູງໃນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຂອງນັກສຶກສາຂັ້ນສູງ

  2. ເພື່ອພັດທະນາຜົນສຳເລັດໃນການຮຽນຂອງຜູ້ຮຽນໃນລະດັບການສຶກສາຂັ້ນສູງ

ບົດບາດຂອງຜູ້ຮຽນ

  1. ສຶກສາຂອບເຂດລາຍວິຊາ ແລະ ຈຸດປະສົງຂອງລາຍວິຊາ

  2. ເຂົ້າຮ່ວມຊັກຖາມ ຫຼື ສົນທະນາໃນກຸ່ມນ້ອຍ ແລະ ກຸ່ມໃຫຍ່

  3. ເຂົ້າຮ່ວມກິດຈະກຳກຸ່ມຢ່າງຕັ້ງໃຈ ຍອມຮັບຄວາມຄິດເຫັນຂອງສະມາຊິກ ສະແດງຄວາມຄິດເຫັນທີ່ສົມເຫດສົມຜົນ ແລະ
    ມີຄວາມຮັບຜິດຊອບໃນການເຮັດວຽກຮ່ວມກັບຄົນອື່ນ

  4. ຮູ້ຈັກການເລືອກ ການໃຊ້ ແລະ ສາມາດຕັດສິນໃຈ ຫຼື ປະເມີນຂໍ້ມູນຂ່າວສານທີ່ເປັນປະໂຫຍດຕໍ່ຕົວເອງ ແລະ ກຸ່ມຜູ້ຮຽນ

ການຮ່ວມກິດຈະກຳ

  1. ສຶກສາເນື້ອໃນທີ່ຜູ້ສອນມອບໝາຍໃຫ້ກ່ອນຮຽນທຸກຄັ້ງ

  2. ເຂົ້າຮ່ວມເຮັດກິດຈະກຳກຸ່ມທຸກຄັ້ງ  ໂດຍຮ່ວມສະເໜີຄວາມຄິດເຫັນ ຮ່ວມອະທິບາຍ ແລະ ມີບົດບາດໃນກຸ່ມ

  3. ສະເໜີຄວາມຄິດເຫັນຕໍ່ການອະທິບາຍໃນກຸ່ມໃຫຍ່

  4. ເຮັດກິດຈະກຳ / ໂຄງງານ / ແຟ້ມສະສົມງານ (Portfolio) ທີ່ຜູ້ສອນມອບໝາຍທຸກຄາບຮຽນ

  5. ປະເມີນຕົນເອງ / ໝູ່ເພື່ອນ / ກຸ່ມກິດຈະກຳ / ຜູ້ສອນ / ທັກສະການໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ

  6. ສື່ສານກັບຄູຜູ້ສອນ - ຄູເຄືອຂ່າຍ

ການສົ່ງວຽກ (ງານ) ຂອງຜູ້ຮຽນ ໃຫ້ດຳເນີນການໂດຍຜູ້ຮຽນເອງ

  1. ຜູ້ຮຽນທີ່ຕ້ອງການສົ່ງວຽກຕ້ອງ Login ເຂົ້າສູ່ລະບົບ ດ້ວຍ Login name, Password ທີ່ຜູ້ສອນແຈ້ງໃຫ້ຊາບ

  2. ການສົ່ງງານ ມີ 3 ລັກສະນະ ຄື: ກິດຈະກຳ - ໂຄງການ - ແຟ້ມສະສົມງານ,  ຊຶ່ງຜູ້ສອນຈະກໍານົດໃຫ້ໃນແຕ່ລະອາທິດ. 
    ດັ່ງນັ້ນ, ຕ້ອງລະບຸວ່າເປັນງານໃດ ງານທີເທົ່າໃດໃຫ້ຊັດເຈນ  ບໍ່ດັ່ງນັ້ນມັນຈະສະແດງລຳດັບເປັນ 0

  3. ຕ້ອງລະບຸຊື່ເລື່ອງຂອງງານ ອາດຈະໃຊ້ຊື່ຄຳຖາມທີ່ຜູ້ສອນຕັ້ງໄວ້ ແລະ ລະບຸກຸ່ມຜູ້ຮຽນ

  4. ຄຳຕອອາດຈະປ້ອນຂໍ້ຄວາມໃນຂອບ(ກອບ)ຂໍ້ຄວາມໄດ້ເລີຍ

  5. ຖ້າຈະສົ່ງເປັນ File ຈະຕ້ອງຕັ້ງຊື່ File  ເປັນພາສາອັງກິດເທົ່ານັ້ນ. ຫ້າມໃຊ້ຍະຫວ່າງ ຫຼື ອັກຂະລະພິເສດໃດໆໃນຊື່ File 

  6. ຜູ້ຮຽນທີ່ສົ່ງ File  ມີສິດລຶບ File  ນັ້ນໆ ຫາກພວກເຂົາຕ້ອງການປ່ຽນແປງ
    ໂດຍການເບິ່ງຊື່ File ໄດ້ໃນຊ່ອງ "ສ່ວນຕົວ"   

  7. ຜູ້ຮຽນທີ່ເປັນສະມາຊິກຂອງກຸ່ມ ບໍ່ມີສິດລຶບຂໍ້ມູນ

  8. ລະບົບດັ່ງກ່າວຈະປ້ອງກັນບໍ່ໃຫ້ມີການສົ່ງຊ້ຳຄືນ ຖ້າຜູ້ຮຽນມີຂໍ້ຜິດພາດໃນການສົ່ງເຊັ່ນ: ລືມສະມາຊິກຂອງກຸ່ມ ໃຫ້ລົບງານອອກກ່ອນ ແລ້ວຈຶ່ງສົ່ງໃໝ່

  9. ເມື່ອສົ່ງງານສຳເລັດແລ້ວ ຄວນກວດເບິ່ງວ່າ ສິ້ນງານນັ້ນຢູ່ໃນລະບົບຫຼືຍັງ ໂດຍເບິ່ງທີ່ ຜົນການສົ່ງງານ 

  10. ຊິ້ນງານອາດຈະເປັນ Microsoft Word, PowerPoint , URL ທີ່ link ໄປຫາ Website 
    ແລະ ອື່ນໆ ຕາມທີ່ຜູ້ຮຽນສາສາມາດຄິດສ້າງສັນເອງ

  11. ການສຳເນົາ (copy) ຜົນງານຂອງກຸ່ມອື່ນໆ ແມ່ນການກະທຳທີ່ບໍ່ຖືກຕ້ອງ ຈະຖືກຍົກເລີກຊິ້ນງານນັ້ນໆ ແລະ ຕັດຄະແນນສະສົມ ຜູ້ສອນສາມາດກວດສອບໄດ້ວ່າຜູ້ໃດຫຼື ກຸ່ມໃດສົ່ງງານກ່ອນ ເພາະລຳດັບຂອງງານຈະປາກົດຢູ່ໃນຊ່ອງສົ່ງງານ